umoney 5 ປີຫ່ງການພັດທະນາກ້າວສູ່ຜູ້ນໍາໜ້າ ດ້ານກະເປົາເງິນ ເອເລັກໂຕຣນິກ


umoney 5 ປີຫ່ງການພັດທະນາກ້າວສູ່ຜູ້ນໍາໜ້າ ດ້ານກະເປົາເງິນ ເອເລັກໂຕຣນິກ

umoney ແມ່ນບໍລິການກະເປົາເງິນເອເລັກໂທນິກ ພາຍໃຕ້ການດຳເນີນງານຂອງ ບໍລິສັດ ສະຕາ ຟິນເທັກ ຈຳກັດຜູ້ດຽວເຊິ່ງເປັນບໍລິສັດລູກຂອງ Unitel ແລະ ໄດ້ຮັບອະນຸຍາດໃນການດຳເນີນທຸລະກິດໂດຍທະນາຄານແຫ່ງ ສປປ ລາວ. ດ້ວຍວີໄສທັດບ່ອນໃດມີເຄືອຂ່າຍໂທລະຄົມ ເຂົ້າເຖິງ ບ່ອນນັ້ນຕ້ອງເຂົ້າເຖີງ ບໍລິການຢູມັນນີ. “umoney” ມີຄວາມມຸ່ງມາດປາດຖະໜາສະໜອງບໍລິການໃຫ້​ປະ​ຊາ​ຊົນ​ໃນຂອບເຂດທົ່ວ​ປະ​ເທດ​ເພື່ອໃຫ້ເຂົ້າ​ເຖິງ​ການ​ບໍ​ລິ​ການ ແລະ ການດຳເນີນທຸລະກຳທາງດ້ານການເງິນໂດຍຜ່ານໂທລະສັບມືຖື​ເປັນຕົ້ນແມ່ນການໂອນເງິນ, ການຖອນເງິນສົດ, ການຊຳລະຜ່ານ QR, ການຊໍາລະຄ່ານໍ້າ, ຄ່າໄຟ, ຄ່າຂີເຫຍື້ອ ແລະ ອື່ນໆ ທີ່ວ່ອງໄວ, ສະ​ດວກ ແລະ ປອດ​ໄພ

ຜ່ານໄລຍະ 5 ປິແຫ່ງການສະໜອງບໍລິການໃນ ສປປ ລາວ. umoney ບໍ່ພຽງແຕ່ສະໜອງບໍລິການທາງດ້ານການເງິນດີຈິຕອນເທົ່ານັ້ນ ແຕ່ໃນຂະນະດຽວກັນນັ້ນຍັງສາມາດພັດທະນາເຂດພື້ນທີ່ຫ່າງໄກເພື່ອໃຫ້ເຂົ້າເຖີງການເຮັດທຸລະກຳທາງດ້ານການເງິນ ໂດຍການຂະຫຍາຍປ່ອງບໍລີການ ແລະ ຕົວແທນບໍລິການໃນເຂດຫ່າງໄກຊອກຫຼີກທີ່ບໍ່ມີຫຼ່ວຍບໍລິການຂອງທະນາຄານຕັ້ງຢູ່

ດ້ວຍທ່າແຮງດັ່ງກ່າວ umoney ຈິ່ງໄດ້ຮັບຄວາມໄວ້ວາງໃຈຈາກບັນດາຫຼາຍໆໜ່ວຍງານທັງພາກລັດ ແລະ ເອກະຊົນ ໂດຍສະເພາະແມ່ນຄັງເງິນແຫ່ງຊາດ, ກະຊວງການເງິນ ໄດ້ນຳໃຊ້ບໍລິການ umoney ເພື່ອເບີກຈ່າຍເງິນເດືອນ, ນະໂຍບາຍ ແລະ ເງິນອຸດໜູນຕ່າງໆ ໃຫ້ແກ່ພະນັກງານລັດຖະກອນໃນພື້ນທີ່ທີ່ການບໍລິການທະນາຄານມີການພັດທະນາຊັກຊ້າ. ແກ້ໄຂຄວາມຫຍຸ້ງຍາກໃຫ້ປະຊາຊົນໃນເຂດຊົນນະບົດຫຼາຍກວ່າ 20.000 ຄົນ ເຮັດໃຫ້ໄດ້ຮັບເງິນເດືອນວ່ອງໄວ, ປອດໄພ ແລະ ຕົງຕາມເວລາ, ສາມາດຮັກສາເງິນໄວ້ໃນໂທລະສັບມືຖື, ຊໍາລະ, ໂອນ ຫຼື ຖອນເງິນຢູ່ຕາມຈຸດບໍລິການຂອງ Unitel ແລະ ຕົວແທນ umoney, ຊ່ວຍປະຢັດຄ່າເດີນທາງ ແລະ ເວລາ. ນອກນັ້ນການນຳຂັ້ນເມືອງໃນ 54 ເມືອງທົ່ວປະເທດໄດ້ນຳໃຊ້ ຢູມັນນີ ໃນການເບິກຈ່າຍເງີນອຸດໜຸນໃຫ້ກັບນາຍບ້ານໃນຂອບເຂດທີ່ບໍ່ສາມາດເຂົ້າເຖີງການບໍລິການທາງການເງິນດິຈິຕອລທັງໝົດຫຼາຍກວ່າ 15,000 ຄົນ ເຊິ່ງໄດ້ເລີ່ມຈັດຕັ້ງປະຕິບັດແຕ່ປີ 2020 ເປັນຕົ້ນມາ ແລະ ບັນດາຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະ ໃຫຍ່ ຫຼາຍກວ່າ 10 ບໍລິສັດ ຍັງໄດ້ເລືອກນຳໃຊ້ umoney ເບີກຈ່າຍເງິນເດືອນໃຫ້ກັບພະນັກງານທັງໝົດ 5000 ກວ່າຄົນ.

ໄດ້ກໍານົດການຂະຫຍາຍລູກຄ້າຕິດພັນກັບຄວາມຮັບຜິດຊອບທາງສັງຄົມ, umoney ໄດ້ຮັບການຕີລາຄາສູງຈາກອົງການຈັດຕັ້ງສາກົນ ແລະ ໄດ້ກາຍເປັນຄູ່ຮ່ວມງານທີ່ໜ້າເຊື່ອຖືໃນການດໍາເນີນໂຄງການ. ໂຄງການຫຼຸດຜ່ອນຄວາມທຸກຍາກ ແລະ ຂາດໂພຊະນາການໃນເຂດຊົນນະບົດ ພາຍໃຕ້ການຊີ້ນໍາຂອງກະຊວງ ກະສິກຳ ແລະ ປ່າໄມ້, ເຊິ່ງໄດ້ຮັບການສະໜັບສະໜູນຈາກທະນາຄານໂລກ, ເບີກຈ່າຍເງິນໃຫ້ປະຊາຊົນຫຼາຍກວ່າ 42.000 ຄົນ ຕົກເປັນມູນຄ່າ 14 ລ້ານໂດລາສະຫະລັດ. ໂຄງການຊ່ວຍເຫຼືອແມ່ຍີງຖຶິພາ ແລະ ເດັກນ້ອຍກ່ອນໄວຮຽນ ເພື່ອປ້ອງກັນການຂາດສານອາຫານ ເຊິ່ງໄດ້ຮັບການສະໜັບສະໜູນຈາກອົງການ UNICEF ຮ່ວມມືກັບສະຖານທູດອົດສະຕຣາລີ, ຊ່ວຍເຫຼືອ 1,400 ຄົວເຮືອນ ຕົກເປັນຈຳນວນເງິນ 400,000 ໂດລາສະຫະລັດ/ປີ ພາຍໃຕ້ການຊີ້ນໍາຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ.

ດ້ວຍວິໄສທັດ “ກາຍເປັນຜູ້ສະໜອງບໍລິການການຊຳລະເງິນດີຈີຕອນທີ່ໃຫຍ່ທີ່ສຸດໃນລາວ” ແລະ ພາລະກິດຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນລາວ ດ້ວຍກຳລັງແຮງ, ຄວາມອົດທົນ ແລະ ຄວາມພະຍາຍາມຢ່າງບໍ່ຮູ້ອິດເມື່ອຍ, umoney ຈຶ່ງໄດ້ຮັບການຍອມຮັບຈາກສັງຄົມ ແລະ ເວທີສາກົນ. ເຊິ່ງສະແດງໃຫ້ເຫັນ umoney ໄດ້ບັນລຸບັນດາຜົນສໍາເລັດທີ່ຫນ້າປະທັບໃຈ: ລູກຄ້າລົງທະບຽນນຳໃຊ້ 1.8 ລ້ານບັນຊີ, ໃນນັ້ນ 800,000 ບັນຊີ ແມ່ນບັນຊີທີ່ມີການເຄື່ອນໄຫວເປັນປະຈໍາໃນແຕ່ລະເດືອນ. ຂະຫຍາຍ 8,000 ຈຸດບໍລິການເພື່ອໃຫ້ບໍລີການເອົາເງິນເຂົ້າ ແລະ ຖອນເງິນ ໃນຂອບເຂດທົ່ວປະເທດ. 30,000 ຮ້ານຮັບການຊໍາລະເງິນ umoney. ຈໍານວນການເຮັດທຸລະກໍາສະເລ່ຍແມ່ນ 3.9 ລ້ານທຸລະກໍາຕໍ່ເດືອນແລະ ຍັງໄດ້ຮັບລາງວັນຈໍານວນຫລາຍທັງພາຍໃນ ແລະ ຕ່າງປະເທດ.

ປີ 2020:

  • ໄດ້ຮັບລາງວັນຈາກ IT world Awards ຈັດໂດຍ Network Product Guide ໃນໝວດໝູ່: ຜະລິດຕະພັນ ແລະ ການບໍລິການທີ່ສະໜອງດ້ານເຕັກໂນໂລຊີ ໃນຂົງເຂດວຽກງານການເງິນ, ການທະນາຄານ ແລະ ປະກັນໄພ
  • ໄດ້ຮັບລາງວັນ Silver Stevie ໃນຫົວຂໍ້ “ນະວັດຕະກຳໃໝ່ ດ້ານຜະລິດຕະພັນ ແລະ ການບໍລິການສຳລັບຜູ້ບໍລິໂພກ” ທີ່ສະໜອງບໍລິການ-ການເງິນຜ່ານມືຖື ໃນ ສປປ ລາວ ປະກາດລາງວັນໂດຍ Asia-Pacific Stevie Awards

ປີ 2022

  • ຢູມັນນີ (umoney) ໄດ້ຮັບລາງວັນລະດັບໂລກຈາກ IT World Awards ສາຂາ Achievement of the Year in Mobile Sites & Apps ໃນຫົວຂໍ້: umoney ສ້າງຄວາມສະດວກສະບາຍ ແລະ ຕອບສະໜອງຄວາມຕ້ອງການຂອງລູກຄ້າປະຈໍາປີ 2022 ນີ້ ເຊິ່ງຈັດໂດຍ Network Product Guide (Silicon Valley, ສະຫະລັດອາເມລິກາ)

ປີ 2021

  • ໄດ້ຮັບລາງວັນ ນັກທຸລະກິດຊັ້ນນໍາດີເດັ່ນ ສຄອຊ ໃນໄລຍະໂຄວິດ 19 ເຊີ່ງ ລາງວັນຖືກຈັດຂຶ້ນໂດຍ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ
  • ໄດ້ຮັບລາງວັນປະເພດທຸລະກິດ SME ດີເດັ່ນ – ຂະແໜງການ ນະວັດຕະກໍາດີເດັ່ນ (SME Innovation Excellence Award) ຈາກງານປະກາດລາງວັນ ທຸລະກິດອາຊຽນດີເດັ່ນ ແຫ່ງ ສປປລາວ.

ໃນອະນາຄົດອັນໃກ້ນີ້, umoney ຈະສືບຕໍ່ປະກອບສ່ວນສົ່ງເສີມໃນການຫັນເປັນດິຈິຕອລແຫ່ງຊາດໃຫ້ແກ່ລັດຖະບານລາວ, ສ້າງສັງຄົມດິຈິຕອລ ທີ່ຫຼຸດຜ່ອນການນຳໃຊ້ເງິນສົດ ເພື່ອຕອບສະໜອງຕາມຄວາມຕ້ອງການຕົວຈິງ ແລະ ທ່າອ່ຽງຂອງຍຸກສະໄໝ.

ນອກຈາກນັ້ນ, umoney ຍັງໄດ້ຂະຫຍາຍທຸລະກິດໃນການບໍລິການ ການຄ້າເອເລັກໂທນິກ, ນໍາເອົາຜົນປະໂຫຍດອັນໃຫຍ່ຫຼວງມາສູ່ສັງຄົມ, ສາມາດເຊື່ອມຕໍ່ຜູ້ຂາຍ ແລະ ຜູ້ຊື້ໃນທຸກຂອບເຂດທົ່ວປະເທດ. ຜູ້ຂາຍ ຫຼື ຜູ້ສະຫນອງ ສາມາດເອົາສິນຄ້າຂຶ້ນຂາຍອອນໄລນ໌ ຢ່າງງ່າຍດາຍ ແລະ ສະດວກສະບາຍ; ຜູ້ຊື້ມີໂອກາດເຂົ້າເຖິງຜະລິດຕະພັນທີ່ຫລາກຫລາຍໃນລາຄາທີ່ເຫມາະສົມ, ມີຮູບແບບຊື້ຂາຍທີ່ວ່ອງໄວ, ຊັດເຈນ, ຫຼີກລ້ຽງການໃຊ້ເງິນສົດ ແລະ ເຫມາະສົມສໍາລັບການຄ້າອອນໄລນ໌ຂະຫນາດນ້ອຍ. ສິ່ງເຫຼົ້ານີ້ແມ່ນການ​ຊຸກ​ຍູ້ໃຫ້ແກ່​ການ​ພັດ​ທະ​ນາພື້ນຖານເສດ​ຖະ​ກິດ​ດິ​ຈິ​ຕອນ.

ໂດຍການຮ່ວມມືກັບທະນາຄານ ແລະ ສະຖາບັນການເງິນ, umoney ສະຫນອງການບໍລິການທາງດ້ານການເງິນທີ່ສົມບູນແບບ (Financial Inclusion) ໃຫ້ແກ່ບຸກຄົນ ແລະ ອົງການຈັດຕັ້ງ. ຊ່ວຍໃຫ້ຜູ້ມີລາຍຮັບຕ່ຳ ແລະ ຜູ້ດ້ອຍໂອກາດໄດ້ມີໂອກາດເຂົ້າເຖິງລະບົບເງິນກູ້ເພື່ອລົງທຶນເພີ່ມການຜະລິດໃນຂົງເຂດກະສິກຳ, ລ້ຽງສັດ, ການຄ້າ.

ທັງ​ໝົດ​ທີ່​ກ່າວ​ມາ​ນັ້ນ ​ແມ່ນ​ພື້ນຖານ​ຕົ້ນຕໍ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ, ປັບປຸງ​ຊີວິດ​ການ​ເປັນ​ຢູ່ ​ແລະ ລົບ​ລ້າງ​ຄວາມ​ອຶດຫິວ ຫຼຸດຜ່ອນ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ​ລາວ. ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ສັງຄົມ​ດີ​ຈີ​ຕອນ ​ແລະ ສ້າງ​ພື້ນຖານ​ເສດຖະກິດ​ດີ​ຈີ​ຕອນ.

ຂ່າວຮ້ອນ

ບໍລິການ ດາຕ້າ ໂຣມມິ້ງ ເທິງ umoney

ຊື້ ແລະ ຕໍ່ສັນຍາປະກັນໄພ ລາວ – ຫວຽດ ( LVI ) ຜ່ານບໍລິການ umoney

ໂອນເງີນຈາກ ເເອັບທະນາຄານ ຫາ umoney ຜ່ານການ ສະແກນ QR umoney.

ຊື້ ແລະ ຕໍ່ສັນຍາປະກັນໄພ ລາວ – ຫວຽດ ( LVI ) ຜ່ານບໍລິການ umoney

ຂ່າວທີ່ກ່ຽວຂ້ອ

umoney...

ໃນຍຸກສັງຄົມປະຈຸບັນ ເຊີ່ງເປັນຍຸກດ້ານ ອຸດສະຫະກຳ 4.0...
06/11/2023

ຕື່ມມູນຄ່າໂທ...

➥ ຕື່ມມູນຄ່າໂທ...
22/08/2023