ກ່ຽວກັບ ຢູມັນນີ


ກ່ຽວກັບ ຢູມັນນີ

umoney ແມ່ນ ກະເປົ່າເງີນ ເອເລັກໂທຣນິກ ຫຼື ເອີ້ນວ່າ Mobile Money  ເຊິ່ງບໍລິການດັ່ງກ່າວ ສາມາດ ຮັບ-ໂອນເງີນສົດ ແລະຊຳລະຄ່າບໍລິການຕ່າງໆໄດ້, ສາມາດເຮັດທຸລະກໍາໄດ້ທຸກທີທຸກເວລາ, ປອດໄພໂດຍຜ່ານສັນຍານຂອງ Unitelໃນທົ່ວປະເທດ. ສາມາດນໍາໃຊ້ໄດ້ກັບໂທລະສັບມືຖືທຸກຮູບແບບມືຖື ທິ່ຮັບສັນຍານໂທລະສັບໄດ້. 

    I.     ຄຸນສົມບັດຂອງບໍລີການ umoney

–      ການໂອນເງີນ.

–      ການຖອນເງິນ.

–      ໂອນເງິນຫາບັນຊີທະນາຄານ ທີ່ຮ່ວມລາຍການ.

–      ຊຳລະຄ່າບໍລິການຕ່າງໆ ຕາມຮ້ານຄ້າທີ່ຮ່ວມລາຍການ.

–      ການຊື້ຫວຍ.

–      ຊື້ປະກັນໄພລາວ – ຫວຽດ.

ໝາຍເຫດ : ໃນອານາຄົດ ຈະສາມາດຊຳລະຄ່ານ້ຳ , ຄ່າໄຟ , ພາສີອາກອນ ແລະ ອື່ນໆ. 

1.    ວິທີການເອົາເງິນເຂົ້າບັນຊີ umoney 

     ລູກຄ້າສາມາດເອົາເງິນເຂົ້າບັນຊີຜ່ານບໍລິການດັ່ງນິ້:

–      ໜ່ວຍບໍລິການຂອງ Unitel

–      ຮ້ານຕົວແທນຍ່ອຍໃຫ້ບໍລິການ umoney

       –      ບັນດາປ່ອງບໍລິການທະນາຄານທີ່ມີການຮວ່ມມືກັບ umoney.

2.    ການໂອນເງິນ

     ລູກຄ້າສາມາດໂອນເງິນ

            –   ບັນຊີຢູມັນນີ – ບັນຊີຢູມັນນີ. 

            –   ບັນຊີຢູມັນນີ – ບໍ່ມີບັນຊີຢູມັນນີ  : ໂດຍເບີປາຍທາງ ສາມາດເອົາລະຫັດລັບຖອນເງິນໄດ້ທີ່ ປ່ອງບໍລິການ ຢູນີເທວ ຫຼື ຮ້ານຕົວແທນ umoney.  

            –   ບໍ່ມີບັນຊີຢູມັນນີ – ບໍ່ມີບັນຊີຢູມັນນີ ຫຼື ທີ່ເອີ້ນວ່າໂອນລອຍ ເຊີ່ງລູກຄ້າຕ້ອງໄດ້ເຂົ້າໄປຮ້ານຕົວແທນ , ປ່ອງບໍລິການ ເພື່ອປະຕິບັດການຳໂອນລອຍ 

            –   ບັນຊີຢູມັນນີ – ບັນຊີທະນາຄານ ( ຕາມທະນາຄານ ທີ່ຮ່ວມມື ປະຈຸບັນ ມີ : ທະນາຄານ ລາວ – ຫວຽດ , ທະນາຄານ ມາຣູຮານເຈແປນລາວ , ທະນາຄານ JDB )

            –   ບັນຊີທະນາຄານ – ບັນຊີຢູມັນນີ ( ຕາມທະນາຄານ ທີ່ຮ່ວມມື ປະຈຸບັນ ມີ : ທະນາຄານ ລາວ – ຫວຽດ , ທະນາຄານ ມາຣູຮານເຈແປນລາວ , ທະນາຄານ JDB )

3.    ຖອນເງິນ

      ລູກຄ້າສາມາດຖອນເງິນຜ່ານ

            –   ໜ່ວຍບໍລິການຂອງຢູນິເທວ.  

            –   ຮ້ານຈຸດຂາຍທີ່ມີສັນຍາລັກຂອງ umoney.

            –   ບັນດາທະນາຄານທີ່ມີການຮ່ວມມືກັບ umoney.

4.    ການຊຳລະຄ່າບໍລິການຕ່າງໆ

      ລູກຄ້າສາມາດໄຊ້ຢູມັນນີຊຳລະຄ່າບໍລິການເຊັ່ນ:

            –   ຕື່ມເງີນໂທລະສັບຂອງຢູນິເທວໄດ້ຮັບສ່ວນຫຼຸດ 5%

               –    ຕື່ມເງິນມູນຄ່າໂທ ຂອງ ETL ຮັບສ່ວນຫຼຸດ 3%   

            –   ຊຳລະເບີລາຍເດືອນຂອງຢູນິເທວໄດ້ຮັບສ່ວນຫຼຸດ 2%

            –   ຊຳລະອິນເຕີເນັດບ້ານ FTTH , ຊຳລະບໍລິການສາຍເຊົ່າ Lease-line ໄດ້ຮັບສ່ວນຫຼຸດ 2%   

            –   ຊື້ປະກັນໄພ ລາວ-ຫລວຽດ

            –   ຊື້ຫວຍໂຊກໄຊໄດ້ຮັບສ່ວນຫຼຸດ 5%.

Hot News

umoney 5 ປີຫ່ງການພັດທະນາກ້າວສູ່ຜູ້ນໍາໜ້າ ດ້ານກະເປົາເງິນ ເອເລັກໂຕຣນິກ

02/11/2023
See more

umoney 1ປີແຫ່ງການໃຫ້ບໍລິການກະເປົາເງິນເອເລັກໂທນິກ ຢ່າງເປັນທາງການ.

06/11/2023
See more

ບໍລິການ ດາຕ້າ ໂຣມມິ້ງ ເທິງ umoney

06/12/2024
See more

ຊື້ ແລະ ຕໍ່ສັນຍາປະກັນໄພ ລາວ – ຫວຽດ ( LVI ) ຜ່ານບໍລິການ umoney

10/12/2024
See more

Relevant News

ຊື້ ແລະ...

ການແນະນໍາ ຊື້ ແລະ ຕໍ່ສັນຍາປະກັນໄພ ລາວ – ຫວຽດ ( LVI )...
17/12/2024

...

ການແນະນໍາ  ເປົ້າໝາຍນໍາໃຊ້– ຜູ້ເຊີນ:...
17/12/2024