ບໍລີການ ນຳໃຊ້ຟັງຊັນ ບັດອວຍພອນ ເທິງແອັບ ຢູມັນນີ.


ບໍລີການ ນຳໃຊ້ຟັງຊັນ ບັດອວຍພອນ ເທິງແອັບ ຢູມັນນີ.

ບໍລິການ ສົ່ງບັດອວຍພອນ ເເມ່ນເພື່ອເປັນການ ຕອບສະໜອງ ບັນດາ ລູກຄ້າ ໃຫ້ມີຄວາມ ເພີດເພີນ ໃນການນໍາໃຊ້ ເເອັບ ຢູມັນນີ ໃນ ຫຼາຍໆຟັງຊັ້ນ
 ການນຳໃຊ້ ບັດອວຍພອນ: ປະກອບມີ 3 ຄູນສົມບັດຄື:

  1. ສົ່ງເງີນອວຍພອນ
  2. ສ້າງ QR ອວຍພອນ
  3. ໄດ້ຮັບເງີນ ອວຍພອນ
     ເງື່ອນໄຂການນຳໃຊ້ ຟັງຊັ້ນບັດອວຍພອນ:
  4. ສົ່ງບັດອວຍພອນ : ລູກຄ້າ ສາມາດນຳໃຊ້ຄຸນສົມບັດນີ້ ສົ່ງບັດອວຍພອນ ໂດຍຜ່ານກະເປົ່າເງີນອີເລັກໂທຣນິກ umoney ເພື່ອສົ່ງບັດອວຍພອນໃຫ້ໝູ່ເພື່ອນ ຫຼື ຄົນໃກ້ສິດໄດ້ຫຼາຍກວ່າ 1 ຄົນ / ຄັ້ງ ແຕ່ຫຼາຍສຸດແມ່ນ 50 ຄົນ / ຄັ້ງ ແລະ ຈຳນວນເງີນທີ່ສາມາດ ສົ່ງໄດ້ຕໍ່າສຸດແມ່ນ 100 ກີບ ແລະ ສູງສຸດແມ່ນ 10.000.000 ກີບ / ຄັ້ງ ແລະ ສົ່ງໄດ້ສູງສຸດ 20.000.000 ກີບ / ມື້.
     ໝາຍເຫດ: “ຜູ້ຮັບ” ຈະໄດ້ຮັບເງີນເຂົ້າບັນຊີ ຢູມັນນີ ທັນທີ ຫຼັງຈາກ “ຜູ້ສົ່ງ” ເຮັດທູລະກຳສຳເລັ
  5. ສ້າງ QR ອວຍພອນ: ຄຸນສົມບັດນີ້ແມ່ນເປັນການສ້າງບັດອວຍພອນ ດ້ວຍລະຫັດໂຄດ ຫຼື QR ສຳລັບການສົ່ງບັດອວຍພອນດ້ວຍຮູບແແບບນີ້ ສາມາດຕັ້ງຄ່າໄດ້ວ່າໜຶ່ງ QR ຫຼື ໜຶ່ງລະຫັດໂຄດ ສາມາດ ນຳໃຊ້ໄດ້ຈັກຄົນ ແລະ ໃນໜຶ່ງ QR ຫຼື ໜຶ່ງລະຫັໂຄດ ຜູ້ຮັບສາມາດສະແກນ QR ຫຼື ປ້ອນລະຫັດໂຄດເພື່ອຮັບເງີນອວຍພອນໄດ້ພຽງ 1 ຄົນ / ຄັ້ງ ເທົ່ານັ້ນ. ຕົວຢ່າງ: ຜູ້ສົ່ງສ້າງ QR ອວຍພອນໃຫ້ກັບ 5 ຄົນ ຫຼັງຈາກສົ່ງ QR ໃຫ້ກັບຜູ້ຮັບແລ້ວ, 1 ຜູ້ຮັບສາມາດ ສະແກນ ຫຼື ປ້ອນລະຫັດໂຄດໄດ້ 1 ຄັ້ງເທົ່ານັ້ນ. ຈໍານວນເງີນທີ່ສາມາເສົ່ງໄດ້ຕໍ່າສຸດແມ່ນ 100 ກີບ ແລະ ສູງສຸດແມ່ນ 10.000.000 ກີບ / ຄັ້ງ ແລະ ສົ່ງໄດ້ສູງສຸດ 20.000.000 ກີບ/ມື້.
     ໝາຍເຫດ: ການສ້າງ QR ມີອາຍຸ 15 ມື້, ຫາກພາຍໃນ 15 ມື້ ບໍ່ມີຜູ້ຮັບເງິນເເມ່ນ QR ໝົົດອາຍຸ ເເລະ ຈໍານວນເງິນທີ່ ຖືກຕັດໃນການສ້າງ QR ຈະກັບຄືນເຂົ້າບັນຊີ ຢູມັນນີຂອງຜູ້ສົ່ງອັດຕະໂນມັດ.
  6. ໄດ້ຮັບເງີນອວຍພອນ: ຄຸນສົມບັດນີ້ເປັນບ່ອນຮັບເອົາບັດອວຍພອນ ຫຼື ເງີນອວຍພອນ ຜູ້ຮັບສາມາດ ນໍາໃຊ້ຄຸນສົມບັດນີ້ ໃນການຮັບເອົາເງີນຈາກຜູ້ສົ່ງ ມັງສົ່ງແບບປົກກະຕິ ຫຼື ສະແກນ QR ປ້ອນບະຫັດໂຄດ.

ຂ່າວຮ້ອນ

umoney 5 ປີຫ່ງການພັດທະນາກ້າວສູ່ຜູ້ນໍາໜ້າ ດ້ານກະເປົາເງິນ ເອເລັກໂຕຣນິກ

ບໍລິການ ດາຕ້າ ໂຣມມິ້ງ ເທິງ umoney

ຊື້ ແລະ ຕໍ່ສັນຍາປະກັນໄພ ລາວ – ຫວຽດ ( LVI ) ຜ່ານບໍລິການ umoney

ໂອນເງີນຈາກ ເເອັບທະນາຄານ ຫາ umoney ຜ່ານການ ສະແກນ QR umoney.

ຂ່າວທີ່ກ່ຽວຂ້ອ

ຊື້ ແລະ...

ຊື້ ແລະ ຕໍ່ສັນຍາປະກັນໄພ ລາວ – ຫວຽດ ( LVI ) ຜ່ານບໍລິການ...
10/12/2024

...

➥ ຊຳລະຄ່າອີນເຕີເນັດບ້ານ FTTH, Lease line ຮັບສ່ວນຫຼຸດ 2%...
10/12/2024